|
ການມອບຮັບຫນ້າທີ່ນາຍົກລັດຖະມົນຕີ
ໃນນີ້ໄດ້ໂຮມກະຊວງການຄ້າແລະກະຊວງອຸດສາຫະກຳ ແລະ ຫັດຖະກຳ ເຂົ້າເປັນກະຊວງອຸດສາຫະກຳການຄ້າ ແລະ ສ້າງຕັ້ງກະຊວງພະລັງງານແລະບໍ່ແຮ່ ຂຶ້ນໃຫມ່.ໃນພິທີມອບຮັບ ຫນ້າທີ່ຄັ້ງນີ້ ທ່ານ ບຸນຍັງ ວໍລະຈິດ ໄດ້ຕາງຫນ້າ ຄະນະລັດຖະບານຊຸດເກົ່າ ລາຍງານໂດຍສັງເຂບ ກ່ຽວກັບຈຸດດີ ແລະ ບົດຮຽນ ໃນການຄຸ້ມຄອງບໍລິຫານປະເທດ ຂອງຄະນະລັດຖະບານ ໃນໄລຍະຜ່ານມາ, ທ່ານກ່າວເນັ້ນວ່າ: ຊຶ່ງຕະຫລອດໄລຍະ 5 ປີ ຜ່ານມາ ຄະນະລັດຖະບານ ໄດ້ອອກເຫື່ອເທແຮງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງພັກ ແລະ ແຜນພັດທະນາ ເສດຖະກິດສັງຄົມ ສະບັບທີ V ໄດ້ຮັບຜົນສຳເລັດເປັນຢ່າງດີ, ປະກອບສ່ວນ ເຮັດໃຫ້ປະເທດເຮົາມີຄວາມສະຫງົບ ແລະ ມີສະຖຽນລະພາບທາງດ້ານການເມືອງ. ເສດຖະກິດສັງຄົມ ໄດ້ຮັບການພັດທະນາໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຫມັ້ນທ່ຽງ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ໄດ້ຮັບການປັບປຸງດີຂຶ້ນ; ການພົວພັນຮ່ວມມືກັບຕ່າງປະເທດ ກໍ່ນັບມື້ໄດ້ຮັບການເປີດກ້ວາງ, ບົດບາດຂອງ ສປປລາວ ເຮົາ ໄດ້ຮັບການເຊີດຊູໃຫ້ສູງເດັ່ນຂຶ້ນ ໃນເວທີສາກົນ. ຄຽງຄູ່ກັບຜົນງານທີ່ພົ້ນເດັ່ນດັ່ງກ່າວ, ກໍ່ຍັງມີຂໍ້ຄົງຄ້າງຈຳນວນຫນຶ່ງ ທີ່ສະເຫນີໃຫ້ຄະນະລັດຖະບານຊຸດໃຫມ່ສືບຕໍ່ແກ້ໄຂ.ໃນພິທີຄັ້ງນີ້, ທ່ານນາຍົກລັດຖະມົນຕີ ບົວສອນ ບຸບຜາວັນ ໄດ້ຕາງຫນ້າຄະນະລັດຖະບານຊຸດໃຫມ່ ກ່າວສະແດງຄວາມຂອບອົກຂອບໃຈ ຕໍ່ຄະນະລັດຖະບານຊຸດຜ່ານມາ ແລະ ໄດ້ສະເຫນີ ແຜນການດຳເນີນງານຂອງຄະນະລັດຖະບານຊຸດໃຫມ່ ໃນໄລຍະ 5 ປີຕໍ່ຫນ້ານີ້. ທ່ານນາຍົກໄດ້ກ່າວເນັ້ນວ່າ: ພາລະຫນ້າທີ່ອັນສຳຄັນຕົ້ນຕໍ ຂອງລັດຖະບານຊຸດໃຫມ່ແມ່ນສືບຕໍ່ເຊີດຊູຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດມະກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມ ເທື່ອທີ VI ໃຫ້ປະກົດຜົນເປັນຈິງຕາມຄາດຫມາຍທີ່ວາງໄວ້. ລັດຖະບານຈະສຸມທຸກຄວາມພະຍາຍາມ ແລະ ຈະເສີມຂະຫຍາຍກຳລັງແຮງສັງລວມ ພາຍໃນຊາດຢ່າງຕັ້ງຫນ້າ ສົມທົບກັບການຍາດແຍ່ງເອົາກາລະໂອກາດ ແລະ ເງື່ອນໄຂສະດວກຂອງສາກົນ ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຄັ້ງທີ VIII ຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມ 5 ປີ ເທື່ອທີ VI ເຊິ່ງປະກອບດ້ວຍ 11 ແຜນງານໃຫຍ່ ແລະ 111 ໂຄງການວຽກງານຈຸດສຸມ ທີ່ລັດຖະບານໄດ້ຮັບຮອງເອົາແລ້ວນັ້ນ ໃຫ້ປະກົດຜົນເປັນຈິງ, ທັງນີ້ກໍ່ເພື່ອຮັບປະກັນສະຖຽນລະພາບໃນທົ່ວປະເທດໃຫ້ຫນັກແຫນ້ນ, ສ້າງເງື່ອນໄຂອຳນວຍໃຫ້ເສດຖະກິດຂະຫຍາຍຕົວໃນລະດັບຕໍ່ເນື່ອງ 7,5 % ຂຶ້ນໄປໃນແຕ່ລະປີ, ເມື່ອຮອດປີ 2010 ສາມາດແກ້ໄຂບັນຫາການຖາງປ່າເຮັດໄຮ່ປູກເຂົ້າ ແລະ ຄອບຄົວທຸກຍາກໃຫ້ໄດ້ໂດຍພື້ນຖານ, ປະເທດຂອງພວກເຮົາມີພື້ນຖານໂຄງລ່າງ ດ້ານເສດຖະກິດ ເຕັກນິກ, ວັດທະນະທຳ, ວິທະຍາສາດ ແລະ ບຸກຄະລາກອນ ທີ່ມີຄຸນນະພາບຈຳນວນຫນຶ່ງ ເພື່ອຮັບຮອງການຫັນເປັນອຸດສາຫະກຳ ແລະການຫັນເປັນທັນສະໄຫມ, >> ຍັງມີຕໍ່ |