ເປີດເສັ້ນທາງຫລວງແຫ່ງຊາດ ເລກທີ 8 : ດ້ວຍທືນຊ່ວຍເຫລືອ ແລະ ກູ້ຢືມຂອງປະເທດຊູແອດ
ຂໍ້ມູນຈາກ ນ.ສ.ພ ວຽງຈັນໃໝ່ - 28 ກໍລະກົດ 2006 11:02 ນ. 
               ໃນວັນທີ 26 ກໍລະກົດ 2006 ນີ້ ທີ່ຫລັກ 20 ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບ-ຮັບ ແລະ ເປີດ
ການນຳໃຊ້ເສັ້ນທາງຫລວງແຫ່ງຊາດ ເລກທີ 8 ຢ່າງເປັນທາງການ ເປັນກຽດເຂົ້າຮ່ວມພິທີ ແລະ ກ່າວມອບໂດຍທ່ານ
ສົມມາດ ພົນເສນາ ລັດຖະມົນຕີວ່າການກະຊວງຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ກ່າວຮັບໂດຍທ່ານ ຄຳປານ
ພິລາວົງ ເຈົ້າແຂວງໆບໍລິຄຳໄຊ ເຊິ່ງມີທ່ານນາງ ອານລິສ  ໂອໄບຣ ອຸປະທູດ ຊູແອດ  ປະຈຳ  ສປປ  ລາວ  ພ້ອມດ້ວຍ ແຂກຖືກເຊີນຈາກພາກສ່ວນຕ່າງໆ ອຳນາດການປົກຄອງອ້ອມຂ້າງ ແລະ ປະຊາຊົນເຂົ້າຮ່ວມຢ່າງຫລວງຫລາຍ.
               ໃນພິທີທ່ານ ປະສົງສິນ ຈະເລີນສຸກ ຫົວຫນ້າໂຄງການກໍ່ສ້າງເສັ້ນທາງຫລວງແຫ່ງຊາດ ເລກທີ 8 ໄດ້ລາຍງານ
ຄວາມເປັນມາຂອງໂຄງການວ່າ:
               ເສັ້ນທາງຫລວງແຫ່ງຊາດ ເລກທີ 8 ເປັນເສັ້ນທາງສາຍສຳຄັນສາຍຫນຶ່ງ ຢູ່ພາກກາງຂອງລາວ ແລະ ເປັນ
ເສັ້ນທາງເຊື່ອມຕໍ່ໃນຂົງເຂດ ແລະ ອະນຸພາກພື້ນອີກດ້ວຍ ໂຄງການປັບປຸງທາງເລກ 8 ເປັນໂຄງການທຳອິດທີ່ນຳໃຊ້ເງິນ
ກູ້ຈາກປະເທດຊູແອດ ໂດຍຜ່ານອົງການຊີດາ ເພື່ອປັບປຸງຍົກລະດັບເສັ້ນທາງຫລວງແຫ່ງຊາດ ເລກທີ 8 ໄລຍະແຕ່ສັນພູໄຮ
ຫາດ່ານຊາຍແດນນ້ຳພາວ ຊຶ່ງມີຄວາມຍາວ 81 ກິໂລແມັດ ຕອນທາງນີ້ໄດ້ກໍ່ສ້າງສຳເລັດໃນປີ 1990 ແລະ ພາຍຫລັງການ
ນຳໃຊ້ໄດ້ໄລຍະຫນຶ່ງ ຕອນທາງດັ່ງກ່າວກໍມີການເປ່ເພຫລາຍ.
               ໃນປີ 1997 ລັດຖະບານ ສປປ ລາວ ໄດ້ສະເຫນີຜ່ານອົງການຊີດາ ໄປຍັງລັດຖະບານປະເທດຊູແອດ ເພື່ອຂໍງົບ
ປະມານມາປັບປຸງເສັ້ນທາງດັ່ງກ່າວ.
               ໂດຍຕອບສະຫນອງຕາມຄຳສະເຫນີດັ່ງກ່າວ ໃນປີ 1998 ອົງການຊີດາ ຈຶ່ງໄດ້ສະຫນອງງົບປະມານຈຳນວນ
ຫນຶ່ງ ເພື່ອສຶກສາຂໍ້ມູນດ້ານເສດຖະກິດ-ສັງຄົມຄືນໃຫມ່ ມາຮອດວັນທີ 16/2/2001 ກໍໄດ້ເຊັນສັນຍາສະເພາະ ກ່ຽວກັບ
ການອະນຸມັດທຶນກູ້ຢືມ ຈຳນວນ 100 ລ້ານກູລອນ (ສະກຸນເງິນຊູແອດ) ສຳລັບຄ່າກໍ່ສ້າງ ແລະ ທຶນຊ່ວຍເຫລືອລ້າ ຈຳ
ນວນ 1,5 ລ້ານກູລອນ ສຳລັບຄ່າທີ່ປຶກສາສຳຫລວດອອກແບບ ແລະ ຕໍ່ມາໃນວັນທີ 11/5/2001 ສັນຍາເງິນກູ້ກໍໄດ້ເຊັນລະ
ຫວ່າງກະຊວງການເງິນ (ຊຶ່ງຕາງຫນ້າໃຫ້ລັດຖະບານ ສປປ ລາວ) ກັບອົງການຊີດາ (ຊຶ່ງຕາງຫນ້າໃຫ້ລັດຖະບານປະເທດ
ຊູແອດ).
               ເລີ່ມຕົ້ນໂຄງການໃນວັນທີ 12/3/2003 ເປັນຕົ້ນມາ ການດຳເນີນວຽກງານກໍ່ສ້າງແມ່ນເປັນໄປຢ່າງປົກກະຕິ
ຕາມກຳນົດເວລາ ແລະ ເງື່ອນໄຂສັນຍາ.
               ອົງການໃຫ້ທຶນຕໍ່ສັນຍາການກໍ່ສ້າງຕື່ມ 14,5 ເດືອນ ສັງລວມໄລຍະການກໍ່ສ້າງຕົວຈິງ 38,5 ເດືອນ ແລະ ມູນ
ຄ່າໃນການກໍ່ສ້າງທັງຫມົດຈຳນວນ 14.511.072 ໂດລາສະຫະລັດ.
               ຮັບເຫມົາກໍ່ສ້າງໂດຍ ລັດວິສາຫະກິດກໍ່ສ້າງທາງເລກ 8 (ລາວ) ຮ່ວມກັບບໍລິສັດລີໂກຈີ (ຫວຽດນາມ).