|
ງານລ້ຽງວັນຊາດລາຊະອານາຈັກຊູແອັດ
ອານລິດ ອາເບິກ ອຸປະທູດປະເທດຊູແອັດ ປະຈຳລາວ ໄດ້ຈັດງານລ້ຽງວັນຊາດແຫ່ງລາຊະອານາຈັກ ຊູແອັດ ຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ດຣ. ປອນເມກ ດາລາລອຍ ລັດຖະມົນຕີວ່າການກະຊວງ ສາທາລະນະສຸກ, ທ່ານລັດຖະມົນຕີວ່າການ, ຊ່ວຍວ່າການ,ທູຕານຸທູດ,ຜູ້ຕາງຫນ້າອົງການຈັດຕັ້ງສາກົນ ປະຈຳລາວ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.ໃນງານດັ່ງກ່າວບັນດາແຂກທີ່ເຂົ້າຮ່ວມ ໄດ້ມີການຍົກຈອກ ດື່ມ ຈາກນັ້ນທ່ານ ດຣ. ປອນເມກ ດາລາລອຍ ແລະ ທ່ານນາງ ອານລິດ ອາເບີກ ໄດ້ໃຫ້ກຽດຕັດເຄັກ ເພື່ອເປັນການອວຍພອນໃຫ້ແກ່ວັນດັ່ງກ່າວ.ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລາຊະອານາຈັກຊູແອັດ ສ້າງຕັ້ງສາຍພົວພັນທາງການທູດນຳກັນໃນວັນທີ 10/10/1964. |