ກອງປະຊຸມໃຫຍ່ແມ່ຍິງລາວຄັ້ງທີ V ປິດລົງ
ດ້ວຍຜົນສຳເລັດອັນຈົບງາມ

ກອງປະຊຸມໃຫຍ່ແມ່ຍິງລາວຄັ້ງທີ V ທີ່ດຳເນີນມາແຕ່ວັນທີ 29 ພຶດສະພາ ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 31 ພຶດສະພານີ້  ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ທ່ານ ສີສະຫວາດ ແກ້ວບູນພັນ ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ທ່ານ ບົວສອນ ບຸບຜາວັນ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ມີບັນດາລັດຖະມົນຕີວ່າການ ພ້ອມດ້ວຍຜູ້ແທນສົມບູນຈຳນວນ 309 ທ່ານທີ່ເປັນຕົວແທນໃຫ້ອົງການຈັດຕັ້ງແມ່ຍິງທົ່ວປະເທດເຂົ້າຮ່ວມນຳ.ກອງປະຊຸມໃຫຍ່ຄັ້ງນີ້ໄດ້ຄົ້ນຄ້ວາປະກອບຄຳເຫັນເປັນເອກະພາບໂດຍພື້ນຖານ ແລະ ຮັບຮອງເອົາບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວຊຸດທີ IV ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວຊຸດທີ IV. ກອງປະຊຸມມີຄວາມເປັນເອກະພາບຢ່າງສູງຕໍ່ທັດສະນະໃນການຕີລາຄາຕໍ່ຂະບວນການແມ່ຍິງລາວ ບັນດາເຜົ່າໃນໄລຍະ 5 ປີ ຜ່ານມາ, ບັນດາຜູ້ແທນໄດ້ພ້ອມກັນຮັບຮອງເອົາ ແຜນການແລະຄາດໝາຍສູ້ຊົນສຳລັບປີ 20062010 ໂດຍສຸມໃສ່ຂະບວນການປຸກລະດົມຂະບວນການແມ່ຍິງບັນດາເຜົ່າເຂົ້າຮ່ວມໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ, ແຜນພັດທະນາເສດຖະກິດສັງຄົມຂອງລັດໂດຍສະເພາະ ແມ່ນຍຸດທະສາດລົບລ້າງຄວາມທຸກຍາກແຫ່ງຊາດຮອດປີ 2010 ໃຫ້ສຳເລັດໂດຍພື້ນຖານ.ບັນດາຜູ້ແທນກອງປະຊຸມໄດ້ຮັບຟັງການໂອ້ລົມຂອງທ່ານ ຈູມມະລີ ໄຊຍະສອນ ເລຂາທິການໃຫຍ່ພັກ ປປ ລາວ.ກອງປະຊຸມໄດ້ເປັນເອກະສັນກັນຮັບຮອງເອົາກົດລະບຽບ, ຄຳຂັວນຂໍ້ແຂ່ງຂັນ ແລະ ກາໝາຍຂອງສະຫະພັນແມ່ຍິງລາວສະບັບປັບປຸງໃໝ່ ຊຶ່ງຈະເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວປະຕິບັດວຽກງານຂອງສະຫະພັນແມ່ຍິງແຕ່ລະຂັ້ນ ແລະ ແມ່ຍິງບັນດາເຜົ່າ.ບັນດາຜູ້ແທນສົມບູນໄດ້ດຳເນີນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວຊຸດໃໝ່ຈຳນວນ 41 ທ່ານ ໃນນັ້ນມີຜູ້ສະໝັກ 49 ທ່ານ ເພື່ອເປັນຕົວແທນແມ່ຍິງລາວທົ່ວປະເທດ ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ແມ່ຍິງລາວຄັ້ງທີ V ກໍ່ຄືມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ  ໃຫ້ປະສົບຜົນສຳເລັດ ແລະ ໄດ້ຄັດເລືອກເອົາທ່ານນາງ ສີໃສ ລືເດດມູນສອນ ເປັນປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວຊຸດທີ V, ຄັດເລືອກເອົາທ່ານນາງ ຄຳຈັນ ພົມແສງສະຫວັນ, ທ່ານນາງ ຈັນທຶມ ລັດມະນີ, ທ່ານ ດຣ. ນາງ ອຳໄພວັນ ຄຳແສງສີວິໄລ ແລະ ທ່ານນາງ ບັນດິດ ປະທຸມວັນ ເປັນຮອງປະທານ ແລະ ຄັດເລືອກເອົາທ່ານນາງ ຈັນທຶມ ລັດມະນີ ເປັນປະທານກວດກາຂອງສະຫະພັນແມ່ຍິງລາວຊຸດທີ V.