|
ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ວັດທະນະທຳ ຂອງປະຊາຊົນໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນຕື່ມ, ລາຍໄດ້ສະເລ່ຍຢູ່ໃນລະດັບ 800 ໂດລາຕໍ່ຄົນຕໍ່ປີ.ໃນການເຄື່ອນໄຫວປະຕິບັດພາລະຫນ້າທີ່ຂອງຕົນ ເພື່ອບັນລຸຄາດຫມາຍດັ່ງກ່າວ, ລັດຖະບານຈະຢຶດຫມັ້ນໃນແນວທາງ ແລະຈຸດຫມາຍຂອງພັກ; ປະຕິບັດລັດຖະທຳມະນູນ, ກົດຫມາຍ, ມະຕິຂອງສະພາແຫ່ງຊາດ ແລະນິຕິກຳຕ່າງໆ ຂອງລັດຢ່າງເຄັ່ງຄັດ, ຈະສຸມໃສ່ຊີ້ນຳ ແລະ ອຳນວຍຄວບຄຸມວຽກງານຕ່າງໆຂອງກະຊວງ, ອົງການທຽບເທົ່າ, ທະບວງ ແລະອົງການອື່ນໆ ທີ່ຂຶ້ນກັບລັດຖະບານ ໃຫ້ດຳເນີນໄປຢ່າງເປັນລະບົບ ຕາມຫລັກການລວມສູນປະຊາທິປະໄຕ ໂດຍຢຶດຖືເອົາຜົນປະໂຫຍດຂອງລັດ ຂອງປະຊາຊົນເປັນທີ່ຕັ້ງ; ພ້ອມກັນນີ້ ກໍ່ຈະສົ່ງເສີມໃຫ້ບັນດາພາກສ່ວນເສດຖະກິດ, ນັກລົງທຶນ, ຜູ້ປະກອບການຜະລິດ ທຸລະກິດທັງພາຍໃນແລະ ຕ່າງປະເທດ ລວມທັງພີ່ນ້ອງຊາວລາວຢູ່ຕ່າງປະເທດ ທີ່ມີຈິດໃຈຮັກເຊື້ອແພງຊາດ ໄດ້ປະກອບສ່ວນເຂົ້າໃນການສ້າງສາພັດທະນານັບມື້ນັບຫລາຍຂຶ້ນ ບົນພື້ນຖານລະບຽບກົດຫມາຍແລະນະໂຍບາຍອັນຈະແຈ້ງຫມັ້ນທ່ຽງ ແລະ ມີການຮັບປະກັນຜົນປະໂຫຍດຂອງທຸກພາກສ່ວນຢ່າງເຫມາະສົມ.ລັດຖະບານຈະສືບຕໍ່ປັບປຸງບູລະນະກົງຈັກການຈັດຕັ້ງ, ປ່ຽນແປງວິທີເຮັດວຽກ ແລະ ກົນໄກການບໍລິຫານວຽກງານ ໃຫ້ກະທັດຮັດວ່ອງໄວ ໂດຍຈະສຸມໃສ່ແກ້ໄຂແບບແຜນອາດຍາສິດ ແລະ ການສໍ້ລາດບັງຫລວງຢ່າງຕັ້ງຫນ້າ ເຮັດໃຫ້ລະບົບບໍລິຫານຂອງລັດຖະບານ ມີຄວາມໂປ່ງໃສ ແລະ ບໍລິການຮັບໃຊ້ປະຊາຊົນດີຂຶ້ນ. ລັດຖະບານຈະສືບຕໍ່ປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະຮ່ວມມືຢ່າງສະເຫມີຕົ້ນສະເຫມີປາຍ. ພິເສດຈະເພີ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານກັບບັນດາປະເທດເພື່ອນມິດຍຸດທະສາດ; ຈະປະກອບສ່ວນເຂົ້າໃນການເຊື່ອມໂຍງຂອງບັນດາປະເທດສະມາຊິກອາຊຽນ ຢ່າງຕັ້ງຫນ້າ ແນໃສ່ເສີມສ້າງສັນຕິພາບ, ຄວາມຫມັ້ນຄົງແລະ ການຮ່ວມມືໃນພູມີພາກນີ້ ໃຫ້ມີຄວາມຫນັກແຫນ້ນ ແລະເລິກເຊິ່ງຍິ່ງໆຂຶ້ນ; ພ້ອມກັນນີ້ ກໍ່ຈະສືບຕໍ່ເປີດກ້ວາງການພົວພັນຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດກັບບັນດາປະເທດໃນໂລກ ແລະ ອົງການຈັດຕັ້ງສາກົນຕ່າງໆ. ລັດຖະບານ ສປປລາວ ຈະຢຶດຫມັ້ນປະຕິບັດພັນທະຂອງຕົນແລະ ຈະເປັນຄູ່ຮ່ວມມືທີ່ຫນ້າໄວ້ວາງໃຈ ຂອງວົງຄະນາຍາດສາກົນ.ພິທີອັນສະຫງ່າລາສີ ຄັ້ງນີ້ ໄດ້ຮັບກຽດຢ່າງສູງ ຈາກພະນະທ່ານ ຈູມມະລີ ໄຊຍະສອນ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປລາວ ມີຄຳເຫັນໂອ້ລົມຊີ້ນຳຕໍ່ຄະນະລັດຖະບານ, ທ່ານໄດ້ເນັ້ນຫນັກໃຫ້ສະມາຊິກລັດຖະບານເອົາໃຈໃສ່ຕັ້ງຫນ້າບຸກບືນ, ເຊີດຊູຄວາມຮັບຜິດຊອບ ເປັນເຈົ້າການກ່ວາເກົ່າ ໃນການແກ້ໄຂບັນຫາຄົງຄ້າງ ເປັນຕົ້ນແມ່ນພະຍາດອາດຍາສິດ, ການສໍ້ລາດບັງຫລວງ ແລະ ບັນດາປະກົດການຫຍໍ້ທໍ້ໃນສັງຄົມ, ເສີມຂະຫຍາຍຫົວຄິດປະດິດສ້າງ, ຈິດໃຈຮັກຊາດ, ຮັກລະບອບໃຫມ່, ເຊີດຊູຈິດໃຈເອກະລາດ ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຂຸດຄົ້ນທ່າແຮງທີ່ບົ່ມຊ້ອນຢູ່ພາຍໃນປະເທດຢ່າງສຸດຂີດ ສົມທົບກັບການເປັນເຈົ້າການ ຍາດແຍ່ງເອົາການຮ່ວມມືຈາກພາຍນອກເພື່ອຊຸກຍູ້ການພັດທະນາປະເທດຊາດໃຫ້ໄວກ່ວາເກົ່າ,ຕ້ອງຢຶດຫມັ້ນຈິດໃຈ ທີ່ຕ້ອງອີງໃສ່ຄົນລາວ ແລະຊັບພະຍາກອນຂອງຊາດ ທີ່ເຮົາມີ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ, ສ້າງຄວາມຮັ່ງມີເຂັ້ມແຂງໃຫ້ແກ່ປະເທດຊາດ. ຄຳໂອ້ລົມຕັກເຕືອນຂອງພະນະທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປລາວ ໄດ້ເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ການດຳເນີນວຽກງານຂອງລັດຖະບານ ໃນການຈັດຕັ້ງຜັນຂະຫຍາຍ ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ ໃຫ້ປະກົດຜົນເປັນຈິງ. |